|

ກົມອາຫານ ແລະ ຢາ ຂຽນຫຍໍ້ເປັນຕົວອັກສອນ “ກອຢ”, ຊື່ເປັນພາສາຝຣັ່ງ: Département de l’Alimentation et Médicament “DAM” ແລະ ພາສາອັງກິດ: Food and Drug Department “ FDD” . ແມ່ນ ກົງຈັກໜຶ່ງຂອງກະຊວງສາທາລະນະສຸກ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງສາທາລະນະສຸກ ໃນການຄຸ້ມຄອງວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ໃນຂອບເຂດທົ່ວປະເທດ.
ກົມອາຫານ ແລະ ຢາ ມີໂຄງປະກອບການຈັດຕັ້ງດັ່ງລຸ່ມນີ໊:
-
ພະແນກຄຸ້ມຄອງບໍລິຫານ
-
ພະແນກຄຸ້ມຄອງຢາ ແລະ ອຸປະກອນການແພດ
-
ພະແນກຄຸ້ມຄອງອາຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ
-
ພະແນກຄຸ້ມຄອງການຢາໂຮງໝໍ
-
ພະແນກຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສໍາອາງ
-
ພະແນກຄຸ້ມຄອງອາຫານ
-
ພະແນກຄຸ້ມຄອງການໂຄສະນາຂ່າວສານ
ນອກຈາກນັ້ນ, ຍັງມີບັນດາຫົວໜ່ວຍການຈັດຕັ້ງວິຊາການຈຳນວນໜຶ່ງທີ່ຂຶ້ນກັບກົມ (ສະຖາບັນ, ກອງ, ສູນ, ໂຮງງານຜະລິດຢາ (ລັດວິສາຫະກິດ)).
|